shaif's cuisine

ປະຫັວດຄວາມເປັນມາຂອງບໍລິສັດ

ບໍລິສັດ ເອັສແອວທີເນັດເວີກ ຈຳກັດຜູ້ດຽວ ຊຶ່ງແມ່ນການລົງທຶນຂອງບໍລິສັດ 100% ໄດ້ສ້າງຕັ້ງຂຶ້ນໃນວັນທີ 03/07/2015 ຕາມໃບທະບຽນວິສາຫະກິດສະບັບເລກທີ 0483/ຈທວ ແລະ ເປັນບໍລິສັດ ດຳເນີນການບໍລິການອິນເຕີເນັດປະເພດ2(ISP2) ເພື່ອໃຫ້ບໍລິການຜູ້ຊົມໃຊ້ອິນເຕີເນັດ ກໍ່ຄືປະຊາຊົນທີ່ມີຄວາມສົນໃຈໃນການນຳໃຊ້ອິນເຕີເນັດຜ່ານທາງສາຍ(FTTH) ໃນຂອບເຂດທົ່ວປະເທດ.

ນັບແຕ່ປີ 2017 ເປັນຕົ້ນມາ ບໍລິສັດ ເອັສແອວທີເນັດເວີກ ຈຳກັດຜູ້ດຽວ ໄດ້ຮັບອະນຸຍາດດຳເນີນທຸລະກິດອິນເຕີເນັດ ປະເພດ3 ຕາມໃບອະນຸຍາດເລກທີ 480/ພປທສ.ນວ ລົງວັນທີ 03 ມັງກອນ 2017 ມີສິດໃຫ້ບໍລິການ ຢູ່ຂອບເຂດ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍການນຳໃຊ້ ສັນຍານອິນເຕີເນັດ ຂອງ ບໍລິສັດ SKY TELECOM ເພື່ອການບໍລິການ. ມາຮອດທ້າຍປີ 2018 ທາງບໍລິສັດ ກໍ່ໄດ້ຮັບອະນຸຍາດໃຫ້ບໍລິການອິນເຕີເນັດປະເພດ2 ຕາມໃບອະນຸຍາດເລກທີ 057/ພປທສ.ນວ ລົງວັນທີ 23 ກຸມພາ 2018 ເຊິ່ງມີສິດໃຫ້ບໍລິການອິນເຕີໃຫ້ແກ່ລູກຄ້າ ໃນຂອບເຂດ ນະຄອນຫຼວງວຽງຈັນ ຈົນມາຮອດ ປະຈຸບັນ. ໃນໄລຍະ 4 ປີ ທີ່ໄດ້ໃຫ້ບໍລິການອິນເຕີເນັດ ກໍ່ໄດ້ມີການຂະຫຍາຍສາຍສົ່ງ Optic ເພື່ອໃຫ້ບໍລິການລູກຄ້າ ຈຳນວນ 450 ກິໂລແມັດ ແລະ ລູກຄ້າທີ່ນຳໃຊ້ອິນເຕີເນັດ ຂອງບໍລິສັດ ມີຈຳນວນທັງໝົດ 1.550 ລູກຄ້າ.

ປະເພດ ການບໍລິການ

ບໍລິການສະໜອງສັນຍານອິນເຕີເນັດ ປະເພດ1 (Internet Service Provider 1) ໃນຂອບເຂດທົ່ວປະເທດ
ບໍລິການອິນເຕີເນັດຜ່ານສາຍໄຍແກ້ວ (FTTx) & ບໍລິການຄູ່ສາຍເຊົ່າ ຫຼື ວົງຈອນສາຍເຊົ່າ (LeasedLine)

kitchen img
kitchen img
kitchen img